Event Info:

  • 05 Jul 2019
  • 8:30 am - 5:00 pm
  • Luang Prabang, Luang Prabang, Luang Prabang
    Location Details

Details

English Details Below

ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈຳລາວ (ECCIL) ໄດ້ມີຄວາມຍິນດີທີ່ຈະເຊື້ອເຊີນທ່ານເຂົ້າຮ່ວມງານສຳມະນາໃນ ຫົວຂໍ້: ວິທີການເສີມທັກສະການບໍລິການລູກຄ້າ ໃນດ້ານການບໍລິການ. ໃນ ວັນພະສຸກ, 5/07/2019, ເວລາ 08:30 ເຊົ້າ – 17:00 ແລງ, ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ (ສຄອ) ທີ່ ແຂວງຫຼວງພະບາງ.

ການບໍລິການ ເປັນຂະແໜງການທີ່ສຳຄັນຂອງເສດຖະກິດ ໃນປະເທດລາວ ແລະ ເປັນສີ່ງຈຳເປັນສຳລັບວຽກງານການພັດທະນາຂອງປະເທດ. ທຸລະກິດການບໍລິການໃນຫຼວງພະບາງ ແລະ ບ່ອນອື່ນໆ ຕ້ອງໄດ້ສະໜອງການບໍລິການ ທີ່ມີຄຸນະພາບສູງ ແກ່ລູກຄ້າ, ເພື່ອທີ່ຈະໄດ້ຮັບຜົນປະໂຫຍດຈາກຄວາມສາມາດໃນການເຕີບໂຕຂອງການທ່ອງທ່ຽວ ແລະ ໃຫ້ໄດ້ປຽບກັບຄູ່ແຂ່ງ. ການບໍລິການແມ່ນການປະຕິບັດໂດຍພະນັກງານບໍລິການ ແລະ ການພັດທະນາທັກສະການບໍລິການຂອງພວກເຂົາເຈົ້າ ເປັນປັດໄຈສຳຄັນທີ່ຈະປະສົບຄວາມສຳເລັດ.

ການຝຶກອົບຮົມ ວິທີການເສີມທັກສະການບໍລິການລູກຄ້າ ໃນດ້ານການບໍລິການ ໃນຄັ້ງນີ້ ແມ່ນ ທ່ານນາງ ພອຍລິນ ພົມມະຈັກ ຈະເປັນຄູຝຶກ ແລະ ເປັນຜູ້ອຳນວຍຄວາມສະດວກໃຫ້ແກ່ນັກສຳມະນາກອນ. ທ່ານນາງ ພອຍລິນ, ໄດ້ສຳເລັດການສຶກສາໃນຂະແໜງດ້ານການບໍລິຫານຈັດການ ການບໍລິຫານ ແລະ ການທ່ອງທ່ຽວ ລະຫວ່າງປະເທດ ທີ່ປະເທດລຸກຊຳບວກ ແລະ ປະເທດໄທ. ປະຈຸບັນລາວໄດ້ເຮັດວຽກ ເປັນອາຈານ ແລະ ຄູຝຶກ ຢູ່ທີ່ ສະຖາບັນການທ່ອງທ່ຽວ ແລະ ການບໍລິການ ແຫ່ງຊາດລາວ (LANITH) ທີ່ນະຄອນຫຼວງວຽງຈັນ.

ຫົວຂໍ້ຫຼັກທີ່ຈະໃຊ້ເຂົ້າໃນການຝຶກອົບຮົມມີດັ່ງລຸ່ມນີ້:

  • ນິຍາມ ແລະ ຄວາມສຳຄັນຂອງການບໍລິການລູກຄ້າ

  • ແນວໂນ້ມຂອງອຸດສາຫະກຳ ແລະ ການບໍລິການໂຮງແຮມ

  • ເຂົ້າໃຈ ແລະ ຮັບຮູ້ຄວາມຄາດຫວັງຂອງລູກຄ້າ

  • ປະເພດຂອງລູກຄ້າ ແລະ ວິທີການຮັບມືກັບລູກຄ້າແຕ່ລະປະເພດ

  • ສາມາດຮັບມື ກັບລູກຄ້າປະເພດຕ່າງໆ ເມື່ອແຂກມີການຕຳໜິ


ສີ່ງທີ່ນັກສຳມະນາກອນຈະໄດ້ຮັບຫຼັງຈາກການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້:

  • ນັກສຳມະນາກອນຈະເຂົ້າໃຈນິຍາມ ແລະ ຄວາມສຳຄັນຂອງວຽກງານການບໍລິການ

  • ຈະຮູ້ເຖິງຄວາມຈຳເປັນໃນການຝຶກອົບຮົມຄຸນະພາບການບໍລິການ

  • ເຂົ້າໃຈເຖິງຄວາມຈຳເປັນຂອງການຝຶກອົບຮົບພະນັກງານກ່ຽວກັບການບໍລິການ

  • ສາມາດຮັບມື ກັບລູກຄ້າປະເພດຕ່າງໆ ເມື່ອແຂກມີການຕຳໜິ

  • ເຂົ້າໃຈເຖິງຄວາມຄາດຫວັງຂອງລູກຄ້າ

  • ວິທີການຮັບມືກັບລູກຄ້າແຕ່ລະປະເພດ


ກຸ່ມເປົ້າໝາຍຫັຼກສຳລັບການຝຶກອົບຮົມໃນຄັ້ງນີ້ແມ່ນ ສຳລັບພະງານຂອງໂຮງແຮມ ແລະ ຮ້ານອາຫານ ທີ່ເຮັດວຽກບໍລິການໂດຍກົງໃຫ້ກັບລູກຄ້າ. ການຝຶກອົບຮົມໃນຄັ້ງນີ້ຈະມີກຸ່ມເປົ້າໝາຍປະມານ 10 – 15 ຄົນ, ແລະ ຜູ້ເຂົ້າຮ່ວມທຸກຄົນຈະຕ້ອງມີສ່ວນຮ່ວມນຳກັນ.

ຄ່າທຳນຽມຝຶກອົບຮົມຕໍ່ຜູ້ເຂົ້າຮ່ວມ

ສະມາຊິກ ECCIL:    240,000 ກີບ

ບໍ່ແມ່ນສະມາຊິກ:    260,000  ກີບ

(ຄ່າລົງທະບຽນ ຈະລວມມີ ອາຫານຫວ້າງ ແລະ ອາຫານສວຍ)

ພາສາທີ່ໃຊ້: ພາສາລາວ

ຈໍານວນຜູ້ເຂົ້າຮ່ວມມີຈໍານວນຈຳກັດ, ກະລຸນາລົງທະບຽນກ່ອນວັນທີ 3 ກໍລະກົດ ( 7) 2019.

ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈຳລາວ (ECCIL)

ຫ້ອງການປະຈຳແຂວງຫຼວງພະບາງ, ນາງ ນາລິນ ອິນລັດສະໝີ

ອີເມວ: [email protected]

ເບີໂທ: + 856-20 23888918

www.eccil.org

 

Hospitality is a major economic sector in Laos and essential for the development of the country. Hospitality businesses in Luang Prabang and elsewhere have to provide services and products of the highest quality level to their customers in order to benefit from the growth potential that lies in tourism and to stay ahead of their competitors. Services are delivered by people and the development of their service skills is a critical factor to be successful.

During this workshop on How to Strengthen Customer Service Skills in the Hospitality Sector, Mrs. Phoylin Phommachack will be the trainer and facilitator. Mrs. Phoylin has studied International Hospitality and Tourism Management in Luxemburg and Bangkok and is working amongst others at the Lao National Institute of Tourism and Hospitality (LANITH) in VTE as a Teacher/Trainer.

The hands-on seminar will focus on the following topics:

  • The definition and importance of customer service

  • Latest trends and new services and in the hotel industry

  • Models of expectation and customer satisfaction

  • The importance of customer satisfaction

  • Characteristics of complaints and basic of effective complaint handling


After the workshop, the participants will be able to:

  • Understand key definitions, terminologies, components and the concept of customer service

  • Appreciate the importance of good services in the hospitality industry

  • Know the trends and newest developments in the hotel industry

  • Understand the models of expectation and customer services

  • Understand why customers complain and their characteristics

  • Apply problem solving techniques adjusted to different customer profiles


The primary target group for this workshop are employees of hotels and restaurants working directly with customers. The workshop will be conducted in a group of 10 – 15 people and will require the active involvement of the participants.

 

Date:   5th July 2019

Time: 8:30 – 12:00 am and 13:00 – 17:00 pm

Venue: Luang Prabang Chamber of Commerce and Industry (LCCI)

Language: The training will be conducted in Lao language only

 

Workshop fee per participant:

ECCIL members:        LAK 240,000

For non – members:   LAK 260,000

(The fee will include; Coffee break and lunch during the workshop)

 

The number of participants is limited, please register before July 3rd 2019.

For more information, please contact:

The European Chamber of Commerce & Industry in Lao PDR (ECCIL)

Chapter office Luang Prabang, Ms. Nalinh Inlatsamy

Email: [email protected]

Tel: + 856-20 23888918

www.eccil.org