Diana No Comments

ຂໍຕ້ອນຮັບຜູ້ອ່ານທຸກທ່ານ ເພື່ອສຶກສາຂໍ້ມູນໃນ ປື້ມປົກຂາວຂອງ ສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳ ສປປ ລາວ (ECCIL) ປະຈຳປີ 2019 ສະບັບນີ້. ນີ້ແມ່ນເພື່ອເປັນການຕິດຕາມຜົນສຳເລັດຂອງປຶ້ມປົກຂາວສະບັບປີທີ່ຜ່ານມາ, ຊຶ່ງເປັນປື້ມປົກຂາວສະບັບທຳອິດ ທີ່ເຄີຍຜະລິດ ໂດຍສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳ ສປປ ລາວ.

ອີງຕາມພາລະບົດບາດຂອງພວກເຮົາ ໃນນາມເປັນສະພາການຄ້າ ແລະ ອຸດສາຫະກຳເອີຣົບ, ປື້ມປົກຂາວເຫຼັ້ມນີ້ ແມ່ນໜຶ່ງໃນຈຳນວນວິທີການ ທີ່ພວກເຮົາແບ່ງປັນຄວາມຄິດເຫັນຂອງພວກເຮົາ ກ່ຽວກັບບັນຫາທີ່ສຳຄັນ ທີ່ຈະຊ່ວຍໃຫ້ ສປປ ລາວ ກາຍເປັນສະຖານທີ່ ທີ່ໜ້າສົນໃຈ ສຳລັບ ກຸ່ມບໍລິສັດຂອງເອີຣົບ ທີ່ຈະລົງທຶນ ແລະ ຊາວເອີຣົບທີ່ຈະປະກອບອາຊີບ. ຕ້ອງຂໍຂອບໃຈລັດຖະບານ ແຫ່ງ ສປປ ລາວ, ທີ່ເຮັດໃຫ້ ECCIL ໄດ້ມີໂອກາດຫຼາຍ ເພື່ອປຶກສາຫາລື ກ່ຽວກັບ ຫຼາກຫຼາຍຫົວຂໍ້ທີ່ສຳຄັນ ແລະ ພົ້ນເດັ່ນ ໃນປີທີ່ຜ່ານມາ.  ECCIL ໄດ້ຖືກເຊື້ອເຊີນໃຫ້ປະກອບຄຳຄິດເຫັນ ກ່ຽວກັບ ຮ່າງກົດໝາຍ ແລະ ປະກອບສ່ວນເຂົ້າໃນກອງປະຊຸມຈຳນວນໜຶ່ງ, ລວມທັງການປະກອບສ່ວນໜຶ່ງຄັ້ງ ຢູ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ເພື່ອດາວໂຫລດ ປື້ມປົກຂາວທີ່ເປັນພາສາລາວ: Download