amina molakhasouk No Comments

ອີງໃສ່ ຈົດໝາຍເຊີນເຂົ້າຮ່ວມປະຊຸມ ເລກທີ 1847/ກງ, ລົງວັນທີ 08 ກັນຍາ 2020, ກະຊວງ ການເງິນ ກໍໄດ້ຈັດກອງປະຊຸມປຶກສາຫາລື ໃນວັນທີ 11 ກັນຍາ 2020 ທີ່ຫ້ອງການ ກົມ ສ່ວຍສາອາກອນ ກ່ຽວກັບ ຮ່າງຄໍາສັ່ງແນະນໍາໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນລາຍໄດ້ ປີ 2019 ໂດຍມີຜູ້ເຂົ້າຮ່ວມຕາງໜ້າຈາກພາກລັດ ກໍຄື ກົມ ບັນຊີ, ກົມ ສ່ວຍສາອາກອນ, ທະນາຄານ ແຫ່ງ ສປປ ລາວ, ແລະ ຜູ້ຕາງໜ້າບັນດາບໍລິສັດ ແລະ ທະນາຄານຕ່າງໆທີ່ເຄື່ອນໄຫວທຸລະກິດໃນ ສປປ ລາວ.

ໃນກອງປະຊຸມນີ້, ກົມ ສ່ວຍສາອາກອນ ໄດ້ສະເໜີໃຫ້ບັນດາບໍລິສັດທີ່ເຄື່ອນໄຫວທຸລະກິດໃນສປປ ລາວ ປະກອບຄໍາຄິດເຫັນ ເພື່ອພິຈາລະນາ ເຂົ້າໃນຮ່າງຄໍາສັ່ງແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ອາກອນລາຍໄດ້ ເລກທີ No.67/ສພຊ, ລົງວັນທີ 18 ມິຖຸນາ 2019.

ໂດຍອ້າງອີງໃສ່ກອງປະຊຸມປຶກສາຫາລືດັ່ງກ່າວ ແລະ ເພື່ອເປັນການປະກອບສ່ວນ ແລະ ຕາງໜ້າອອກຄວາມຄິດເຫັນໃຫ້ແກ່ສະມາຊິກ, ສະພາການຄ້າ ແລະ ອຸດສາຫະກຳເອີລົບ ປະຈຳ ສປປ ລາວ ໄດ້ເຜີຍແຜ່ການສຳຫຼວດທາງອິນເຕີເນັດຄັ້ງທຳອິດກ່ຽວກັບ”ຄວາມເຂົ້າໃຈພາສີຂອງທ່ານ”, ເພື່ອກຳນົດບັນຫາສຳຄັນທີ່ກ່ຽວຂ້ອງກັບພາສີ. 
ຂໍ້ມູນທີ່ໄດ້ຮັບຈາກການສຳຫຼວດໄດ້ຮັບການປຶກສາຫາລື ແລະ ຮວບຮວມເຂົ້າໃນປື້ມປົກຂາວ ທີ່ປະກອບດ້ວຍ 5 ຂໍ້ສະເໜີ.