Diana No Comments

ລັດຖະບານແຫ່ງ ສປປ ລາວ ຖືເປັນວຽກບູລິມະສິດທີ່ຕ້ອງປັບປຸງອັນດັບຂອງປະເທດ ທີ່ຖືກຈັດ ໃນບົດລາຍງານດັດສະນີໝາຍຄວາມສະດວກໃນການເຮັດທຸລະກິດຂອງທະນາຄານໂລກ (ນັບຈາກນີ້ໄປ, ເອກະສານສະບັບນີ້ຈະກ່າວເຖິງບົດລາຍງານດັ່ງກ່າວໃນຊື່ “ດັດສະນີໝາຍຄວາມສະດວກໃນການເຮັດທຸລະກິດ”) ຄືຈາກອັນດັບປະຈຸບັນ (ທີ 141) ໃຫ້ ຢູ່ໃນອັນດັບຕໍ່າກວ່າ 100 ໃຫ້ໄດ້ພາຍໃນປີ 2020.

ສະພາການຄ້າ ແລະ ອຸດສາຫະກໍາຂອງເອີຣົບປະຈໍາ ສປປ ລາວ (ECCIL) ຂໍສະເໜີເປັນອີກໜຶ່ງແຮງ ເພື່ອຊ່ວຍປະກອບສ່ວນເຂົ້າໃນການບັນລຸເຈດຈໍານົງຂອງລັດຖະບານ ໂດຍຂໍປະກອບຄໍາເຫັນລະອຽດດ້ວຍຄວາມເຄົາລົບຢ່າງສູງຕໍ່ລັດຖະບານ ເພື່ອສະເໜີແລກປ່ຽນ ກ່ຽວກັບວິທີທີ່ຈະສາມາດບັນລຸໄດ້ຕາມເຈດຈໍານົງທີ່ລັດຖະບານໄດ້ຕັ້ງເປົ້າໝາຍເອົາໄວ້.

ທ່ານສາມາດເຂົ້າອ່ານເອກະສານໄດ້ຢູ່ນີ້: Download