Phavanh SOSAMPHAN No Comments
ວັນທີ 30 ກັນຍາທີ່ຜ່ານມາ, ທ່ານ ຖຽນ ຄຳວົງສາ – ຜູ້ອຳນວຍການບໍລິຫານ ສະພາການຄ້າ ແລະ ອຸດສາຫະກຳການຄ້າເອີຣົບ ປະຈຳລາວ ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ ວຽກງານການແຂ່ງຂັນທາງທຸລະກິດ ຢ່າງສຳເລັດຜົນໂດຍການຮ່ວມຈັດຕັ້ງລະຫວ່າງ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການຮ່ວມມືເຢຍລະມັນ, GIZ Laos.
ຈຸດປະສົງຫຼັກຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ກົດໝາຍວ່າດ້ວຍການແຂ່ງຂັນທຸລະກິດ ເພື່ອໃຫ້ພາກທຸລະກິດສາມາດຄຸ້ມຄອງ ແລະ ເຂົ້າໃຈວຽກງານ ພ້ອມທັງເປີດເວທີປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ສ້າງຄວາມເຂົ້າໃຈໃນຫົວຂໍ້ດັ່ງນີ້:
(1.) ການຄຸ້ມຄອງການແຂ່ງຂັນທາງທຸລະກິດ ແລະ ກົດໝາຍ,
(2) ການແຂ່ງຂັນທາງທຸລະກິດທີ່ບໍ່ຍຸຕິທຳ,
(3) ວຽກງານຊັບສິນທາງປັນຍາ,
(4) ຂໍ້ຕົກລົງເພື່ອຈຳກັດການແຂ່ງຂັນທາງທຸລະກິດ,
(5) ການລະເມີດການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ,
(6) ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ,
(7) ພັນທະຂອງພາກທຸລະກິດຕໍ່ກັບການແຂ່ງຂັນທາງທຸລະກິດ.
ນອກຈາກນີ້, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ໄດ້ຍົກໃຫ້ເຫັນເຖິງບັນດາການເຄື່ອນໄຫວທີ່ເກີດຂຶ້ນເລື້ອຍໆ ເຊັ່ນ: ການຫຼອກລວງ ບໍ່ວ່າຈະເປັນສິນຄ້າ ຫຼື ເຄື່ອງໝາຍການຄ້າ ລວມທັງການໂຄສະນາທີ່ເກີນຂອບເຂດ ແລະ ແຕກຕ່າງຈາກສິນຄ້າ ຫຼື ການບໍລິການຕົວຈິງທີ່ຜູ້ບໍລິໂພກໄດ້ຮັບ, ເຊິ່ງຖືວ່າເປັນການແຂ່ງຂັນທາງທຸລະກິດທີ່ບໍ່ຍຸຕິທຳ. ລວມເຖິງຂໍ້​ຈໍາ​ກັດຕ່າງໆໃນ​ການ​ແຂ່ງ​ຂັນ​ທຸ​ລະ​ກິດ​.
ECCIL ຂໍຂອບໃຈຜູ້ຈັດງານທີ່ໄດ້ໃຫ້ໂອກາດ ພວກເຮົາເຂົ້າຮ່ວມກອງປະຊຸມແລະພວກເຮົາມີຄວາມຍິນດີທີ່ຈະແບ່ງປັນຂໍ້ມູນທີ່ພວກເຮົາໄດ້ຮວບໂຮມກັບເພື່ອນຮ່ວມງານຂອງພວກເຮົາ.
———
On this 30th of September, Thiane Khamvongsa – Executive Director of ECCIL EuroCham Laos attended a dissemination workshop on the Law on Competition, successfully organized by the Ministry of Industry and Commerce, Department of Internal Trade ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ and German cooperation, GIZ Laos.
The main purpose of this dissemination workshop is to publicize the Law on Business Competition in order to enable the private sector to manage and understand the work as well as open a floor for discussion, exchange of opinions, and create understanding on the following topics:
(1) Business competition management and law,
(2) Unfair business competition,
(3) Intellectual property work,
(4) Agreements to limit business competition,
(5) Abuse of market dominance and market monopoly,
(6) Mergers to limit business competition,
(7) Obligations of the business sector to business competition.
Moreover, the Division of Competition has highlighted frequently occurring activities, such as misleading information whether it is a product or trademark, false advertising that is exaggerated and different from the actual products or services consumers receive, which are considered as unfair business practices and restriction of business competition.
ECCIL would like to thank the organizers for inviting us to the workshop and we would like to share the information we have gathered to our colleagues.