Phavanh SOSAMPHAN No Comments
Laos is becoming an important logistics connector for Southeast Asia, China, and Europe, offering significant opportunities for entrepreneurs. The opening of the Laos-China railway has transformed Laos into a land-linked country, facilitating cost-effective logistics and transport services. The Thanaleng Dry Port, located at the intersection of the Laos-China and Laos-Thailand railways, has seen a rise in freight shipping, handling over 50,000 containers last year and more than 7,000 containers per month in the first half of 2023. The railway has reduced transportation time and costs, benefiting Thai exporters and shortening shipping time from Southeast Asia to Europe. The multimodal dry port serves as a crucial logistics and transport connector, linking Southeast Asia to China and Europe. Laos offers investment opportunities due to its central location and membership in regional trade agreements. Investors can benefit from incentives such as tax holidays, lower VAT, and privileged market access in countries that have waived or reduced import tariffs on products made in Laos. Overall, Laos is well-positioned to attract entrepreneurs and become a significant player in regional trade.
————————————————
ສປປ ລາວ ກໍາລັງກາຍເປັນຜູ້ເຊື່ອມຕໍ່ການເຄື່ອນໄຫວທາງດ້ານການຄ້າທີ່ສໍາຄັນສໍາລັບອາຊີຕາເວັນອອກສ່ຽງໃຕ້, ຈີນ, ແລະ ເອີຣົບ ໄດ້ເປີດໂອກາດທີ່ດີໃຫ້ບັນດາຜູ້ປະກອບການເພື່ອເຂົ້າມາລົງທຶນ. ການເປີດເສັ້ນທາງລົດໄຟລາວ-ຈີນ ໄດ້ປ່ຽນປະເທດລາວ ໃຫ້ກາຍເປັນປະເທດເຊື່ອມຈອດທາງບົກ, ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ແລະ ການບໍລິການຂົນສົ່ງ ທີ່ມີປະສິດທິພາບ. ສາງທ່ານາແລ້ງ (Thanaleng Dry Port) ຕັ້ງຢູ່ທາງແຍກຂອງທາງລົດໄຟລາວ-ຈີນ ແລະ ລາວ-ໄທ ໄດ້ໃຫ້ການບລິການການຂົນສົ່ງສິນຄ້າເພີ່ມຂຶ້ນ, ໄດ້ໃຫ້ການບໍລິການການລຳລຽງຕູ້ຄອນເທນເນີຫຼາຍກວ່າ 50,000 ຕູ້ ໃນປີຜ່ານມາ ແລະ 7,000 ຕູ້ໃນເຄິ່ງປີທໍາອິດຂອງປີ 2023. ທາງລົດໄຟໄດ້ເຮັດໃຫ້ປະຫຍັດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ, ເປັນປະໂຫຍດຕໍ່ຜູ້ສົ່ງອອກ ແລະ ເຮັດໃຫ້ເວລາການຂົນສົ່ງສັ້ນລົງຈາກອາຊີຕາເວັນອອກສ່ຽງໃຕ້ໄປເອີຣົບ. ຮູບແບບການການບໍລິການທີ່ຫຼາກຫຼາຍ ເຊັ່ນ: ການຂົນສົ່ງ ແລະ ການເຊື່ອມຕໍ່ການຂົນສົ່ງທີ່ສໍາຄັນ ຊຶ່ງເຊື່ອມໂຍງອາຊີຕາເວັນອອກສ່ຽງໃຕ້ກັບຈີນ ແລະ ເອີຣົບ. ສປປ ລາວ ຈຶ່ງເປັນໂອກາດການລົງທຶນທີ່ເໝາະສົມ ເນື່ອງ ຈາກກ່ນໄດ້ປຽບທາງພູມສາດ ແລະ ການເປັນສະມາຊິກພາຄີການຄ້າພາກພື້ນ. ຜູ້ລົງທຶນສາມາດໄດ້ຮັບຜົນປະໂຫຍດຫຼາຍດ້ານເຊັ່ນ: ການຍົກເວັ້ນພາສີ, ພາສີທີ່ຕໍ່າ ແລະ ມີສິດທິພິເສດໃນການເຂົ້າເຖິງຕະຫຼາດໃນປະເທດ ຫຼື ຫຼຸດອັດຕາພາສີການນໍາເຂົ້າຕໍ່ຜະລິດຕະພັນທີ່ເຮັດໃນລາວ. ໂດຍລວມແລ້ວ, ສປປ ລາວ ມີທ່າແຮງເປັນຢ່າງດີເພື່ອດຶງດູດນັກທຸລະກິດ ແລະ ກາຍເປັນຄູ່ແຂ່ງທີ່ສໍາຄັນໃນການຄ້າພາກພື້ນ.
📌 To continue reading/ອ່ານຕໍ່ໄດ້ທີ່: https://www.vientianetimes.org.la/…/Business_197_Petro…