amina molakhasouk No Comments

ສະພາການຄ້າ ເອີລົບ ປະຈຳ ສປປ ລາວ ໄດ້ສະເໜີປຶ້ມປົກຂາວກ່ຽວກັບການປູກໄມ້ເສດຖະກິດ ໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າຮັບໂດຍ ທ່ານ ທອງພັດ ຈິດມະນີ ຮອງລັດຖະມົນຕີ, ໃນວັນທີ 8 ເດືອນ ມັງກອນ 2021. ປຶ້ມດັ່ງກ່າວປະກອບດ້ວຍຂໍ້ສະເໜີ 4 ຂໍ້ທີ່ສຳຄັນ ທີ່ມີຈຸດປະສົງເພື່ອສະແຫວງຫາໂອກາດໃນການປູກໄມ້ເສດຖະກິດ ໃນ ສປປ ລາວ.