Diana No Comments

ອົງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 ຫລື AMRO ໄດ້ສືບຕໍ່ປັບປຸງການເຜີຍແຜ່ ແລະ ການຕີພິມວຽກງານຄົ້ນຄວ້າ ແລະ ການຕິດຕາມເຟົ້າລະວັງເສດຖະກິດມະຫາພາກ. ພາຍຫຼັງການເປີດໂຕບົດລາຍງານ AREO 2017 ໃນເດືອນພຶດສະພາ 2017 ແລະ ການຕີພິມບົດລາຍງານປະເມີນສະພາບເສດຖະກິດມະຫາພາກປະຈຳປີ ຂອງຫຼາຍປະເທດສະມາຊິກໃນໄລຍະປີດັ່ງກ່າວ, ເຊີ່ງໄດ້ສືບຕໍ່ເຜີຍແຜ່ບັນດາບົດລາຍງານການປະເມີນເສດຖະກິດມະຫາພາກ ຂອງປະເທດສະມາຊິກໃນປີ 2018 ໂດຍການສະໜັບສະໜູນຂອງສະມາຊິກ AMRO. ພ້ອມກັນນັ້ນ, ພະນັກງານ AMRO ໄດ້ເພີ່ມກິດຈະກຳຂຽນບົດຄົ້ນຄ້ວາຫົວຂໍ້ສະເພາະ ແລະ ການຄົ້ນຄວ້າໂດຍມີຈຸດປະສົງເພື່ອໃຫ້ການວິເຄາະທັນເວລາ ແລະ ມີເນື້ອຫາກ່ຽວຂ້ອງກັບບັນດາເສດຖະກິດຂອງສະມາຊິກ, ພ້ອມທັງສະໜອງຂໍ້ມູນໃຫ້ສາທາລະນາຊົນທົ່ວໄປຊາບ.

ເພື່ອສຶກສາຜົນປະເມີນຂອງປີ 2019 ກະລຸນາກົດ: Download