Diana No Comments

ກອງປະຊຸມສຳມະນາໃນຫົວຂໍ້ການເປັນຜູ້ນຳ ແລະ ການພັດທະນາອາຊີບຂອງແມ່ຍິງ” 

ວັນທີ 24 ຕຸລາ 2019, ທີ່ ສູນຝຶກອົບຮົມແມ່ຍິງລາວ, ບ້ານໂພນທັນ, ນະຄອນຫຼວງວຽງຈັນ,​ ເລີ່ມແຕ່ເວລາ 08:00 ໂມງ ເຊົ້າ ເຖີງ 12:00 ໂມງທ່ຽງ

(English below)
 
ໃນສະພາບການທົ່ວໄປຂອງໂລກໃນຍຸກໂລກາພິວັດນີ້, ມີແມ່ຍິງຫຼາຍຄົນທີ່່ປະສົບຜົນສຳເລັດ ແລະ ມີບົດບາດເປັນແບບຢ່າງ, ມີວິທີການນຳພາ ແລະ ກາຍເປັນຜູ້ນຳ, ແມ່ຍິງຫຼາຍຄົນກໍ່ສາມາດບໍລິຫານບໍລິສັດຕ່າງໆ, ບໍລິຫານໃນອົງການຈັດຕັ້ງຂອງລັດ ແລະ ອົງການຈັດຕັ້ງອື່ນໆ. ໃນຫຼາຍກໍລະນີຜູ້ນຳທີ່ເປັນແມ່ຍິງກໍ່ໄດ້ປະເຊີນໜ້າກັບສີ່ງທ້າທາຍຕ່າງໆເຊິ່ງແຕກຕ່າງກັບເພື່ອນເພດຊາຍຮ່ວມງານຂອງຕົນຢ່າງຫຼີກລຽງບໍ່ໄດ້. ເພື່ອເປັນແຮງບັນດານໃຈ ແລະ ໃຫ້ກຳລັງໃຈບັນດາແມ່ຍິງທີ່ຍັງໜຸ່ມນ້ອຍໃຫ້ມີຄວາມກ້າຫານ ແລະ ມີກຳລັງໃຈໃນການສ້າງເປົ້າໝາຍໃນອາຊີບທີ່ທ້າທາຍຕ່າງໆ​ເຫຼົ່ານັ້ນ, ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈຳ ລາວ (ECCIL/ EuroCham Laos), ສະພາການຄ້າ ອົດສະຕາລີ ປະຈຳລາວ (AustCham Lao)ແລະ ສະມາຄົມນັກທຸລະກິດແມ່ຍິງລາວໄດ້​ເຊີນທ່ານຍິງ 5 ທ່ານ ຜູ້​ທີ່ປະສົບຜົນສຳເລັດ ມາແບ່ງປັນປະສົບການຕົວຈິງ ແລະ ສ້າງແຮງບັນດານໃຈໃຫ້ບັນດາທ່ານຜູ້ຮັບຟັງ, ບັນດາ​ທ່ານ​ຍິງ​ດັ່ງກ່າວເພິ່ນ​ໄດ້ເລືອກອາຊີບດ້ວຍຕົວເພີ່ນເອງ, ເຊື່ອໝັ້ນໃນໂຕເອງ ແລະ ກຳນົດເສັ້ນທາງເດີນຕົນເອງ.
 
ພວກເຮົາ ພູມໃຈທີ່ໄດ້ນຳສະເໜີທ່ານຍິງ 5 ທ່ານທີ່ມີບົດບາດ ແລະ ປະສົບຜົນສຳລັດຢ່າງສູງທີ່ໄດ້ນຳເອົາເລື່ອງ ລາວຄວາມເປັນມາແຫ່ງຜົນສຳເລັດຂອງເພິ່ນມາແບ່ງປັນໃຫ້ຜູ້ຄົນ​ທັງຫຼາຍໄດ້ຮັບຟັງ ໂດຍສະເພາະແມ່ນວິທີທີ່ເພີ່ນບັນລຸເປົ້າໝາຍກ່ຽວກັບອາຊີບຂອງເພີ່ນ ພ້ອມທັງການນຳສະເໜີທີ່ເປັນແຮງບັນດານໃຈ ເພື່ອເນັ້ນໜັກເຖິງແມ່ຍິງລາວ ພິເສດ​ແມ່ນຜູ້ທີ່ມີຄວາມມຸ້ງໝັ້ນກັບອາຊິບ. ຜູ້ເຂົ້າຮ່ວມຍັງໄດ​້ໂອກາດຖາມຜູ້ບັນຍາຍແຕ່ລະຄົນໄດ້ພາຍຫຼັງການສຳເລັດການບັນຍາຍອີກດ້ວຍ.
 
ວິທະຍາກອນ​:
1. ທ່ານ ນາງ ປອ ສີລິພອນ ວິລະຈິດ ນັກວິທະຍາສາດ ສະຖາບັນປັດສະເຕີລາວ
2. ທ່ານ ນາງ ມະໂນທິບ ສີຣິປະພັນ ​ຜູ້​ກໍ່​ຕັ້ງຮ້າ​ນ ນາຣີ ກະ​ເປົາ​ປະຍຸກ ສ່ວນ​ບຸກຄົນ
3. ທ່ານ ນາງ ມາລາວົງ ມະນີແສງ ເຈົ້າຂອງບໍລິສັດ ຣີໄຊໂຄ້ອາດ-ລາວ
4. ທ່ານ ນາງ ດວງມະນີ ເຮືອງຄຳແສນ ​ຜູ້​ກໍ່​ຕັ້ງ ຮ້າ​ນເຮີເວີກສ ຂາຍ​ເຄື່ອງຫັດຖະກຳ (Her Works)
5. ທ່ານ ນາງ ໄໝພັນ ສີຫົງທອງ ເຈົ້າໜ້າທີ່ດັບເພີງປະຈຳ ບໍລິສັດ ພູເບ້ຍມາຍ​ນິງ
 
ຜູ້ດຳເນິນກອງປະຊຸມ:
ທ່ານ ນາງ ສີຣິພອນ ພັນທະວົງ ອຳນວຍການ ບໍລິສັດ ວິຊາການໄຟຟ້າໂຍທຳ ແລະ ກົນຈັກລາວ ຈຳກັດຜູ້ດຽວ
 
ສະໜັບສະໜູນ​ໂດຍ:
-ທະນາຄານ ລາວ-​ຟຣັ່ງ BFL
-ExperTS Programme & The European Union
===================English================================
The European Chamber of Commerce and Industry in Lao PDR (ECCIL/EuroCham Laos), the Australian Chamber of Commerce (AustCham Lao) and The Lao Business Women’s Association (LBWA) are honoured to have presented five highly successful female entrepreneurs and leaders who shared their journey to inspire and empower young Lao women to be courageous and have the strength to create their dreams into reality. They are women who made their own career choices, believed in themselves and embarked on their own paths. The participants also had the opportunity to ask the speakers their individual questions after the presentations at a panel discussion.
Speakers:
– Dr. Siriphone Virachith, Researcher in Immunology at Institut Pasteur
– Ms. Manothip Siripaphanh, Founder/Creative Director of NAREE Handbags
– Ms. Malavong Maniseng, Founder & CEO of Recycle Art-Laos
– Ms. Douangmany Heuangkhamsene, Founder of Her Works
– Ms Maiphan Syhongthong, Firefighter at Phu Bia Mining
 
Moderator:
– Siriphone Phanthavongs, Managing Director, ECME: Electrical Civil Mechanical Engineering
 
Organisers:
– The European Chamber of Commerce and Industry in Lao PDR (ECCIL/EuroCham)
– The Australian Chamber of Commerce (AustCham)
-The Lao Business Women’s Association (LBWA)
 
Sponsored by:
Banque Franco Lao Ltd. (BFL)
 
Supported by:

ExperTS Programme & The European Union