ວັນທີ 30 ກັນຍາທີ່ຜ່ານມາ, ທ່ານ ຖຽນ ຄຳວົງສາ – ຜູ້ອຳນວຍການບໍລິຫານ ສະພາການຄ້າ ແລະ ອຸດສາຫະກຳການຄ້າເອີຣົບ ປະຈຳລາວ ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ ວຽກງານການແຂ່ງຂັນທາງທຸລະກິດ ຢ່າງສຳເລັດຜົນໂດຍການຮ່ວມຈັດຕັ້ງລະຫວ່າງ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການຮ່ວມມືເຢຍລະມັນ, GIZ Laos. ຈຸດປະສົງຫຼັກຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ກົດໝາຍວ່າດ້ວຍການແຂ່ງຂັນທຸລະກິດ ເພື່ອໃຫ້ພາກທຸລະກິດສາມາດຄຸ້ມຄອງ ແລະ ເຂົ້າໃຈວຽກງານ ພ້ອມທັງເປີດເວທີປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ສ້າງຄວາມເຂົ້າໃຈໃນຫົວຂໍ້ດັ່ງນີ້: (1.) ການຄຸ້ມຄອງການແຂ່ງຂັນທາງທຸລະກິດ ແລະ ກົດໝາຍ, (2) ການແຂ່ງຂັນທາງທຸລະກິດທີ່ບໍ່ຍຸຕິທຳ, (3) ວຽກງານຊັບສິນທາງປັນຍາ, (4) ຂໍ້ຕົກລົງເພື່ອຈຳກັດການແຂ່ງຂັນທາງທຸລະກິດ, (5) ການລະເມີດການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ, (6) ການລວມຕົວເພື່ອຈຳກັດການແຂ່ງຂັນທາງທຸລະກິດ, (7) ພັນທະຂອງພາກທຸລະກິດຕໍ່ກັບການແຂ່ງຂັນທາງທຸລະກິດ. ນອກຈາກນີ້, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ໄດ້ຍົກໃຫ້ເຫັນເຖິງບັນດາການເຄື່ອນໄຫວທີ່ເກີດຂຶ້ນເລື້ອຍໆ ເຊັ່ນ: ການຫຼອກລວງ […]